ການຊອກຄ່າເໝາະສົມ (ຄະນິດສາດ)

ຈາກ testwiki
Revision as of ໒໒:໕໖, ໒໒ ເມສາ ໒໐໑໗ by imported>Alifshinobi
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ → (ສ່ວນຕ່າງ)
Jump to navigation Jump to search

ໃນ ຄະນິດສາດ, ຄຳວ່າ ການຊອກຄ່າເໝາະສົມ (optimization) ໂດຍທົ່ວໄປ ຈະໝາຍເຖິງ ການຊອກ ຄ່າຕໍ່າສຸດ ຫຼື ຄ່າສູງສຸດ ຂອງ ຕຳລາຕົວຈິງໃດໜຶ່ງ. ຕົວຢ່າງ ຂອງ ຮູບແບບຄຳຖາມ ອາດຈະເປັນດັ່ງຕໍ່ໄປນີ້

ໃຫ້: ຕຳລາ f : A R (ກຸ່ມ A ໃນ ຈຳນວນຈິງ
ຊອກ: x0 ໃນ A ທີ່ f(x0) ≤ f(x) ສຳລັບ ທຸກໆ x ໃນ A ("ການຊອກຄ່າຕໍ່າສຸດ") ຫຼື f(x0) ≥ f(x) ສຳລັບ ທຸກໆ x ໃນ A ("ການຊອກຄ່າສູງສຸດ").


ຕົວຢ່າງ

minxx2+1

ແມ່ນ ຄຳຖາມ ໃຫ້ຊອກຫາ ຄ່າຕໍ່າສຸດ ຂອງ ຕຳລາ x2 + 1, ໂດຍທີ່ x ສາມາດຖືໄດ້ທຸກໆຄ່າ ໃນ ຈຳນວນຈິງ R. ແນ່ນອນວ່າ ຄຳຕອບໃນທີ່ ນີ້​ແມ່ນ 1, ເມື່ອ x = 0.

maxx2x

ກໍລະນີນີ້​ ຄຳຕອບ ແມ່ນ "ອະສົງໄຂ" ຫຼື "ບໍ່ສາມາດກຳນົດໄດ້".

argminx[,1]x2+1

ກໍລະນີນີ້​ ຄຳຕອບ ແມ່ນ x = −1.

argmaxx[5,5],yxcos(y)

ກໍລະນີນີ້​ ຄຳຕອບ ແມ່ນ (5, 2πk) and (−5, (2k + 1)π), ໂດຍທີ່ k ຖືໄດ້ທຸກໆ ຄ່າ ໃນ ຈຳນວນຖ້ວນ.