ພຶດຊະຄະນິດພື້ນຖານ

ຈາກ testwiki
Revision as of ໐໔:໔໗, ໒ ກໍລະກົດ ໒໐໒໓ by imported>Panyakon
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ → (ສ່ວນຕ່າງ)
Jump to navigation Jump to search

ພຶດຊະຄະນິດພື້ນຖານ (ຄຳເຄົ້າ: ພຶຊຄນິຕພື້ນຖານ) ແມ່ນ ພຶດຊະຄະນິດຂັ້ນຕົ້ນ ທີ່ຖືກສອນໃຫ້ ນັກຮຽນໃນ ລະດັບມັດທະຍົມ, ອຸດົມ. ໃນຂະນະທີ່ ການຄຳນວນ ຈະມີແຕ່ ຕົວເລກ ແລະ ເຄື່ອງໝາຍຄິດໄລ່ (ເຊັ່ນ +, −, ×, ÷) , ໃນຄະນິດສາດ ຈະມີການນຳໃຊ້ ເຄື່ອງໝາຍ (ເຊັ່ນ x ແລະ y, ຫຼື a ແລະ b) ເພື່ອສະແດງເຖິງ ໂຕເລກ. ສິ່ງເຫຼົ່ານີ້ ຖືກເອີ້ນວ່າ ໂຕປ່ຽນ. ສິ່ງນີ້ ມີຜົນດີຢູ່ບ່ອນວ່າ:

  • ເຮັດໃຫ້ສາມາດ ສະແດງ ຫຼັກເກນ (ເຊັ່ນ a+b=b+a ສຳຫຼັບ ທຸກໆ a ແລະ b)ສົມຜົນ (ແລະ ອະສົມຜົນ) ແບບທົ່ວໄປ, ເຊິ່ງແມ່ນ ຈຸດເລີ່ມຕົ້ນ ຂອງ ການສຶກສາຄຸນລັກສະນະ ຂອງ ຈຳນວນຈິງ.
  • ເຮັດໃຫ້ສາມາດ ອ້າງອີງເຖິງ ຈຳນວນ ທີ່ ຍັງບໍ່ຮູ້ (ໂຕລັບ).
  • ເຮັດໃຫ້ສາມາດ ສຶກສາ ຄວາມສຳພັນ ຂອງ ປະລິມານ (ເຊັ່ນ "ຖ້າທ່ານຂາຍ x ປີ້, ຜົນກຳໄລ ທີ່ ທ່ານຈະໄດ້ຮັບ ຈະແມ່ນ 3x10 ກີບ").

ຫຼັກເກນຄວາມທຽບເທົ່າ

  • ຖ້າ a=b ແລະ b=c, ສະນັ້ນ a=c
  • ຖ້າ a=b ສະນັ້ນ b=a

ຫຼັກເກນອື່ນໆ

  • ຖ້າ a=b ແລະ c=d ສະນັ້ນ a+c=b+d.
    • ຖ້າ a=b ສະນັ້ນ a+c=b+c ສຳຫຼັບທຸກໆ c
  • ຖ້າ a=b ແລະ c=d ສະນັ້ນ ac = bd.
    • ຖ້າ a=b ສະນັ້ນ ac=bc ສຳຫຼັບທຸກໆ c
  • ຖ້າ a>b ແລະ b>c ສະນັ້ນ a>c
  • ຖ້າ a>b ສະນັ້ນ a+c>b+c ສຳຫຼັບທຸກໆ c
  • ຖ້າ a>b ແລະ c>0 ສະນັ້ນ ac>bc.
  • ຖ້າ a>b ແລະ c<0 ສະນັ້ນ ac<bc.

ຕົວຢ່າງ

ສົມຜົນເສັ້ນຊື່ໜຶ່ງໂຕປ່ຽນ

2x+4=12.
2x+44=124
2x=8.
2x2=82
x=4.

ໃນກໍລະນີທົ່ວໄປ,

ax+b=c

ຮູບຮ່າງຄຳຕອບ ແມ່ນ:

x=cba

ສົມຜົນຂັ້ນສອງ

ax2 + bx + c = 0, ໃນນີ້ a ຕ່າງສູນ

x2+px=q

ໃນນີ້ p = b/a ແລະ q = −c/a.

x2+3x10=0.
(x+5)(x2)=0.