ບັນຫາການຈຳກັດລາຍຈ່າຍໃຫ້ຕໍ່າສຸດ

ຈາກ testwiki
Revision as of ໑໐:໓໗, ໑ ພະຈິກ ໒໐໑໘ by imported>Đông Minh
(ສ່ວນຕ່າງ) ← ລຸ້ນເກົ່າກວ່າ | ສະບັບປະຈຸບັນ (ສ່ວນຕ່າງ) | ສະບັບກ່ອນ → (ສ່ວນຕ່າງ)
Jump to navigation Jump to search

ໃນ ເສດຖະສາດຈຸນລະພາກ, ບັນຫາການຈຳກັດໃຫ້ລາຍຈ່າຍຕໍ່າສຸດ ແມ່ນ ການພະຍາຍາມ ແກ້ໄຂບັນຫາດຽວກັນ ດ້ວຍວິທີທີ່ແຕກຕ່າງ ກັບ ບັນຫາການເຮັດໃຫ້ເກີດຜົນປະໂຫຍດສູງສຸດ: "ຂ້ອຍຕ້ອງການເງິນຫຼາຍປານໃດ ເພື່ອຈະມີຄວາມສຸກ?". ຄຳຖາມນີ້ ປະກອບດ້ວຍ 2 ພາກ. ສຳລັບຜູ້ຊົມໃຊ້ໃດໜຶ່ງ,

  • ຜູ້ຊົມໃຊ້ ຕ້ອງການເງິນຫຼາຍປານໃດ? ຕາມ ຕຳລາຜົນປະໂຫຍດ, ລາຄາ ແລະ ເປົ້າໝາຍຜົນປະໂຫຍດ. ຄຳຖາມນີ້ ສາມາດຕອບໄດ້ ໂດຍ ຕຳລາຍການຈ່າຍ.
  • ຜູ້ຊົມໃຊ້ ຈະຊື້ຫຍັງ ເພື່ອບັນລຸ ເປົ້າໝາຍຜົນປະໂຫຍດນັ້ນ ໃນຂະນະທີ່ ຈຳກັດລາຍຈ່າຍໃຫ້ຕໍ່າສຸດ? ຄຳຖາມນີ້ ສາມາດຕອບໄດ້ ໂດຍ Hicksian demand correspondence.

ຕຳລາການຈ່າຍ

ໂດຍທົ່ວໄປ, ຕຳລາຍການຈ່າຍ ມີຮູບແບບດັ່ງຕໍ່ໄປນີ້. ສົມມຸດຜູ້ຊົມໃຊ້ ມີ ຕຳລາຜົນປະໂຫຍດ u ກຳນົດບົນ ສິນຄ້າL. ແລະ ຕຳລາການຈ່າຍ ຂອງ ຜູ້ຊົມໃຊ້ ກຳນົດ ຈຳນວນເງິນທີ່ຈຳເປັນ ເພື່ອ ຈະຊື້ ລາຍການສິນຄ້າ ໃນ ແຕ່ລະລະດັບລາຄາ p ເພື່ອເຮັດໃຫ້ ຜົນປະໂຫຍດ ສູງກ່ວາ u*,

e(p,u*)=minxu*px

ໂດຍທີ່

u*={x<mi fromhbox="1">R</mi>+L:u(x)u*}

ແມ່ນ ກຸ່ມ ຂອງ ທຸກໆການປະສົມປະສານ ທີ່ເຮັດໃຫ້ ຕຳລາຜົນປະໂຫຍດ ບໍ່ຕໍ່າກ່ວາ u*.

Hicksian demand correspondence

ອັນທີສອງ, Hicksian demand correspondence h(p,u*) ຖືກກຳນົດໂດຍເປັນ ການປະສົມປະສານທີ່ຖືກທີ່ສຸດ ເພື່ອບັນລຸ ຜົນປະໂຫຍດໃດໜຶ່ງ. ມັນສາມາດ ຖືກກຳນົດ ໃນລັກສະນະ ຕຳລາການຈ່າຍ ໂດຍ Marshallian demand correspondence

h(p,u*)=x(p,e(p,u*)).

ຖ້າ Marshallian demand correspondence x(p,w) ແມ່ນ ຕຳລາໜຶ່ງ (i.e. ທີ່ມີຄຳຕອບໜຶ່ງທີ່ແຕກຕ່າງສະເໝີ), h(p,u*) ຈະສາມາດຖືກເອີ້ນວ່າ Hicksian demand function ເຊັ່ນກັນ.

ເບິ່ງຕື່ມ

ອ້າງອີງ