ເນື້ອທີ່

ຈາກ testwiki
Jump to navigation Jump to search

ເນື້ອທີ່ ແມ່ນ ຂະໜາດ ຂອງ ໜ້າແບບສອງມິຕິ ລວມທັງ ຂອງ ໜ້າພຽງ ແລະ ຮູບສາມມິຕິ.

ຫົວໜ່ວຍ

ຫົວໜ່ວຍ ໃຊ້ເພື່ອວັດແທກເນື້ອທີ່ ລວມທັງ:

ເປັນແມັດ
ແມັດມົນທົນ ຫຼື ຕາແມັດ (m²) = ຕາມຫົວໜ່ວຍ SI
ອາ (a) = 100 ແມັດມົນທົນ (m²)
ເຮັກຕາ (ha) = 10,000 ແມັດມົນທົນ (m²)
ກິໂລແມັດມົນທົນ (km²) = 1,000,000 ກິໂລແມັດມົນທົນ (m²)
ແບບ ອັງກິດ ຫຼື ອາເມລິກາ
ຟຸດມົນທົນ = 144 ນິ້ວມົນທົນ = 0.09290304 ແມັດມົນທົນ (m²)
ຢາດມົນທົນ = 9 ຟຸດມົນທົນ = 0.83612736 ແມັດມົນທົນ (m²)
ເອເຄີ(acre) = 4,840 ຢາດມົນທົນ = 4046.8564224 ແມັດມົນທົນ (m²)

ສູດຄິດໄລ່ທີ່ມີປະໂຫຍດ

ສູດ ຄິດໄລ່ ເນື້ອທີ່ຮູບຕ່າງໆ:
ຮູບຮ່າງ ສູດ ໂຕປ່ຽນ
ຮູບຈັດຕຸລັດ s2 s ແມ່ນລວງຍາວຂອງຂ້າງໃດໜຶ່ງ.
ຮູບສາມແຈສະເໝີ 34s2 s ແມ່ນ ລວງຍາວຂອງຂ້າງໃດໜຶ່ງ.
ຮູບຫົກແຈສະເໝີ 332s2 s ແມ່ນລວງຍາວຂອງຂ້າງໃດໜຶ່ງ.
ຮູບແປດແຈ 2(1+2)s2 s ແມ່ນລວງຍາວຂອງຂ້າງໃດໜຶ່ງ.
ຮູບຫຼາຍແຈສະເໝີໃດໜຶ່ງ 12ap a ແມ່ນໄລຍະຫ່າງແຕ່ຈຸດໃຈກາງຫາ ຂ້າງໃດໜຶ່ງ, ແລະ p ແມ່ນ ລວງຮອບຂອງຮູບຫຼາຍແຈນັ້ນ.
ຮູບຫຼາຍແຈໃດໜຶ່ງ P2/n4tan(π/n) P ແມ່ນ ລວງຮອບ ແລະ n ຈຳນວນຂ້າງ.
ຮູບຫຼາຍແຈໃດໜຶ່ງ (ໃຊ້ຂະໜາດມຸມ) P2/n4tan(180/n) P ແມ່ນ ລວງຮອບ ແລະ n ຈຳນວນຂ້າງ.
ຮູບສີ່ແຈ lw l ແລະ w ແມ່ນ ລວງຍາວ ແລະ ລວງກ້ວາງ.
ຮູບສີ່ແຈຂະໜານ (ໂດຍທົ່ວໄປ) bh b ແລະ h ແມ່ນ ພື້ນ ແລະ ລວງສູງ ຕາມລຳດັບ.
ຮູບສາມແຈ 12bh b ແລະ h ແມ່ນ ພື້ນ ແລະ ລວງສູງ ຕາມລຳດັບ.
ຮູບສາມແຈ 12absinC a ແລະ b ແມ່ນ ລວງຍາວ ຂອງ ສອງຂ້າງໃດໜຶ່ງ ແລະ C ມຸມລະຫວ່າງມັນ.
ຮູບວົງມົນ πr2, or πd2/4 r ແມ່ນ ເສັ້ນລັດສະໝີແລະ d ແມ່ນ ເສັ້ນຜ່າກາງ.
ຮູບໄຂ່ πab a ແລະ b ແມ່ນ ເສັ້ນເຄົ້າຍາວ ແລະ ສັ້ນ, ຕາມລຳດັບ.
ຮູບຄາງໝູ 12(a+b)h a ແລະ b ແມ່ນ ຂ້າງຂະໜານກັນ ແລະ h ໄລຍະຫ່າງລະຫວ່າງມັນ.
ຮູບທໍ່ມົນ 2πr2+2πrh r ແລະ h ແມ່ນ ລັດສະໝີ ແລະ ລວງສູງ .
ຮູບຈວຍ πr(l+r) r ແລະ l ແມ່ນ ລັດສະໝີ ແລະ ລວງສູງ.
ຮູບໜ່ວຍກົມ 4πr2 or πd2 r ແລະ d ແມ່ນ ລັດສະໝີ ແລະ ເສັ້ນຜ່າກາງ.

ສູດເພີ່ມເຕີມໃນການຊອກຫາເນື້ອທີ່

  • ຮູບສາມແຈ: 12Bh (ເຊິ່ງວ່າ B ແມ່ນພື້ນຂອງຮູບສາມແຈ ແລະ h ແມ່ນລວງສູງຈາກຈອມຫາພື້ນ B ຂອງຮູບສາມແຈດັ່ງກ່າວ), ສູດນີ້ສາມາດນຳໃຊ້ໄດ້ເມື່ອເຮົາຮູ້ລວງສູງ hຂອງມັນ . ແຕ່ໃນກໍລະນີທີ່ເຮົາຮູ້ລວງຍາວຂອງສາມຂ້າງເຮົາສາມາດນຳໃຊ້ ສູດເຮລົງ Heron's formula ໃນການຄິດໄລ່ຄື: p(pa)(pb)(pc) ໂດຍ a, b, c ແມ່ນຂ້າງຂອງຮູບສາມແຈ, ແລະ p=12(a+b+c) }ຫຼື ເຄິ່ງລວງຮອບ. ແຕ່ຖ້າເຮົາຮູ້ໜຶ່ງມູມແລະຂ້າງສອງຂ້າງທີ່ປະກອບກັນເປັນມູມ, ສາມາດຊອກເນື້ອທີ່ໄດ້ແມ່ນ12absin(C) ເຊິ່ງ C ແມ່ນມູມທີ່ໃຫ້ມາ ສ່ວນ a ແລະ b ແມ່ນສອງຂ້າງທີ່ປະກອບກັນເປັນມູມດັ່ງກ່າວ. ແຕ່ຖ້າຮູບສາມແຈດັ່ງກ່າວສະແດງຢູ່ໃນລະບົບເສັ້ນເຄົ້າຫົວໜ່ວຍຕັ້ງສາກແລະຮູ້ຕົວປະສານຂອງສາມຈອມ ເຮົາໃຊ້ສູດ 12(x1y2+x2y3+x3y1x2y1x3y2x1y3), ສູດນີ້ຮູ້ຈັກກັນໃນຊື່ສູດຊູເຫຼກ shoelace formula ແລະເປັນສູດທີ່ງ່າຍທີ່ສຸດໃນການຊອກຫາເນື້ອທີ່ ເມື່ອເຮົາຮູ້ຕົວປະສານຂອງສາມເມັດຈອມຄື(x1,y1), (x2,y2), ແລະ (x3,y3). ນອກນີ້ ສູດຊູເຫຼກ ຍັງສາມາດນຳໃຊ້ໃນການຊອກຫາເນື້ອທີ່ຂອງຮູບຫຼາຍແຈໃນລະບົບເສັ້ນເຄົ້າຫົວໜ່ວຍຕັ້ງສາກເມື່ອຮູ້ຕົວປະສານເມັດຈອມຂອງມັນ. ນອກນີ້ ເຮົາຍັງສາມາດນຳໃຊ້ ສັງຂະນິດບໍ່ກຳນົດ Infinitesimal calculus ໃນການຊອກຫາເນື້ອທີ່ໄດ້.